ສາວພູພະນັງ ຄິດເຖິງຄວາມຫຼັງຄັ້ງກ່ອນ ສອງເຮົາເຄີຍໄດ້ຂໍພອນ ນັກນ້ອຍບິນຢູ່ແຄມພູວົງ ອ້າຍໃຫ້ສັນຍາ ອ້າຍຢາກເປັນເຂີຍຈອມພູ ເຊີນອ້າຍມາເດີ້ມາຢູ່ ນ້ອງຢາກມີຄູ່ຮ່ວມຮຽງຄຽງສອງ ນົກນ້ອຍຮ້ອງແຊວ ແຈ່ວແຈ້ວວ່າຄິດເຖິງແຟນ ສາວພູພະນັງຄອນແຄນ ຄິດເຖິງແຟນຈາກໄປເມືອງຫຼວງ ຝົນຕົກລິນໆ ນໍ້າລິນໄຫຼເລີຍໄຫຼລ່ອງ ໄຫຼສູ່ເຂດເມືອງສັງທອງ ສີໂຄດຕະບອງອ້າຍຍັງບໍ່ມາ ຢູ່ຕູບແຄມຂອງ ດຽວນີ້ສວຍງາມສະຫງ່າ ນ້ອງຂາຍຜັກປີ້ງປາ ທຳມະຊາດສຸດແສນງາມຕາ ນໍ້າໃສໃຈຈິງ ຂອງຜູ້ຍິງບ້ານດົງບ້ານປ່າ ບ້ານໜ່າງບ້ານສາຍພັນນາ ເມືອງສັງທອງລືມແລ້ວບໍ່ອ້າຍ ສາວພູພະນັງ ນ້ອງຍັງຮັກອ້າຍຄືເກົ່າ ແຄມຂອງຍັງຄອງຄອຍເຈົ້າ ຄອຍຜູ້ບ່າວທີ່ຈາກນ້ອງໄປ ອ້າຍບ່າວວຽງຈັນ ປາກກໍ່ຫວານຮີບມາໝັ້ນໝາຍ ສາວພູພະນັງຄອຍອ້າຍ ຮີບມາໄວໆພານ້ອງສ້າງສາ ສາວພູພະນັງຄອຍຖ້າ ອ້າຍກັບຄືນມານັກນ້ອຍຄອຍແຟນ