ເມກລອຍກະຈາຍ ສາຍລົມພັດເປົ່າ ງາມແທ້ເມືອງລາວ ແວວວາວສວຍສະດຸດຕາ ຜົ້ງສາລີຊຳເໜືອ ງາມເຫຼືອສຸດພັນລະນາ ອຸດົມໄຊບໍ່ແກ້ວນໍ້າທາ ຊົນຊາວປະຊາມີສຸກທັງປວງ ເຂດແຄວ້ນແດນໃດ ຫາໃສທຽບທັນ ນໍ້າຂອງນໍ້າຄານ ປະສານກອດໃຈເມືອງຫລວງ ໄຊຍະບູລີ ຖິ່ນນີ້ຍັງຝັງໃນຊວງ ໄຊສົມບູນຊຽງຂວາງ ຈາກມາແສນຫວ່ງຄືນນັ້ນ ຣາຕຣີເຊີດສັນ ວຽງຈັນນະຄອນຫລວງ ໃຈຫລາຍລ້ານດວງ ຂໍນ້ອມນະມັດສະການ ບໍລິຄຳໄຊຄຳມ່ວນ ທົບທວນໃຫ້ໃຈໄຝ່ຝັນ ສະຫວັນນະເຂດຕິດສາລາວັນ ຕຳນານເມືອງໃດໂນເສົາ ຈຳປາເບັ່ງຂາວ ຊາວລາວພີ່ນ້ອງ ຄິດຮອດເຊກອງ ນວນນ້ອງງາມແທ້ໜໍເຈົ້າ ອັດຕະປືຍະເອີຍ ເຫັນແລ້ວອ້າຍຫາຍໂສກເສົ້າ ວອນພຣະອົງແສນເມືອງເກົ່າ ໃຫ້ຄູ່ເມືອງລາວໄປກາລະນານ