ມາລິມາລາ ຈຳປາບານເຊົ້າ ທີ່ຍ້ອງວ່າສາວ ສາວລາວສຸດສວຍໂສພາ ເດີນໄປກາຍໄປຜ່ານ ເຊີນທ່ານຕິດຕໍ່ຖາມຫາ ຍິນດີຕ້ອນຮັບທົ່ວໜ້າ ທີ່ໄດ້ມາດິນແດນສາວງາມ ດີໃຈໜັກໜາ ວາຈາຍົກຍ້ອງ ໂອພໍ່ເນື້ອທອງ ຕາກ້ອງທີ່ບອກວ່າງາມ ສົດຊື່ນຊີວາ ງາມຕາຂອງຜູ້ຕິດຕາມ ຂື້ນຊື່ຂະໜານນາມ ຄົນງາມຂວັນໃຈປະຊາ ມີສິບບ້ານຊ່າ ຫ້າບ້ານລືຄົນເຂົາກ່າວຂານ ສາວງາມຕະການ ຄູ່ບ້ານຍອດຍິງສະເໜ່ຫາ ເຍື້ອໄຍໄມຕຣີ ທີ່ດີມີໄວ້ພົບພາ ນາລີນີ້ເໜືອນມາລາ ຈຳປາເມືອງລາວຂາວຜ່ອງ ສາວແດນຈຳປາ ມາລາຫອມຊຶ້ງ ເຝົ້າຄອຍຄະນຶງ ຄິດເຖິງໃນຄຳທີ່ຍ້ອງ ຂໍໃຫ້ສຸກສົມ ຊື່ນຊົມສາວທັງຜ່ອງ ຕອມດອກນີ້ມີອື່ນຄຽງຄອງ ຢ້ານລືມນ້ອງສາວລາວແດນຈຳປາ